ບົດຂຽນ-ສາລະຕ່າງໆ

| ກັບຄືນເວັບຫນ້າທຳອິດ | ກັບຄືນຫນ້າ "ຄອມພິວເຕີ" | ສ່ວນປະກອບຄອມ | ຊອບແວນຳໃຊ້ | ການເລືອກຊື້ | ການຈອງອິນເຕີເນັດ | ການຂຽນເວັບພາສາລາວ |

 

ລາຍລະອຽດ/ຂໍ້ມູນ

ດາວໂຫຼດ/ລິງຄ໌

ການສົ່ງອີເມດ້ວຍພາສາລາວ - ນະຣິນ - ສັກກຣາຊ

ການ​ສົ່ງ e-mail ໃຫ້​ຄົນ​ລາວ​ນຳ​ກັນ ແຕ່​ຕ້ອງ​ຂຽນ​ເປັນ​ພາ​ສາ​ອັງ​ກິດ ອອກ​ຈະ​ເປັນ​ເລື່ອງ​ທີ່​ຫນ້າ​ຄຶດ

laoemail

ການ​ແກ້​ໄຂ Bad Sector ຂອງ​ແຜ່ນ​ດິສ​ແກັດ - ນະ​ຣິນ-ສັກ​ກ​ຣາຊ

ບາງ​ຄັ້ງ​ຂໍ້​ມູນ​ຕ່າງໆ​ທີ່​ເຮົາ Save ໄວ້​ໃນ​ແຜ່ນ​ດິສ​ແກັດ ອາດ​ບໍ່​ສາ​ມາດ​ເປີດ​ມາ​ໃຊ້​ວຽກ​ໄດ້. ຖ້າ​ຄວາມ​ເສຍ​ຫາຍ​ບໍ່​ຮ້າຍ​ແຮງ​ເກີນ​ໄປ, ອາດ​ພໍ​ສາ​ມາດ​ແກ້​ໄຂ​ໄດ້.

scan.zip (182 KB)

ການ​ບີບ​ອັດ/​ຄາຍ​ໄຟລ໌ - ນະ​ຣິນ-ສັກ​ກ​ຣາຊ

ໃນ​ກໍ​ລະ​ນີ​ທີ່​ເຮົາ​ຕ້ອງ​ການ​ອັດ​ຂໍ້​ມູນ​ທີ່​ມີ​ຂະ​ຫນາດ​ໃຫຍ່ ເພື່ອ​ເກັບ​ມ້ຽນ​ໃນ​ແຜ່ນ​ດິສ​ແກັດ ຫຼື​ສົ່ງ​ທາງ e-mail, ການ​ບີບ​ອັດ​ຂໍ້​ມູນ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ. ການ​ທີ່​ຈະ​ນຳ​ໃຊ້​ຂໍ້​ມູນ​ທີ່​ຜ່ານ​ການ​ບີບ​ອັດ​ມາ, ຈຳ​ເປັນ​ຕ້ອງ​ໄດ້​ຄາຍ​ຂໍ້​ມູນ​ອອກ​ເສຍ​ກ່ອນ.

zip.zip (209 KB)

ການ​ປ່ຽນ​ຟອນ​ລາວ​ທີ່​ລົງ​ທ້າຍ​ດ້ວຍ 95New ໃຫ້​ເປັນ​ຟອນ​ທີ່​ລົງ​ທ້າຍ​ດ້ວຍ Lao - ນະ​ຣິນ-ສັກ​ກຣາຊ

ບົດ​ຂຽນ​ທີ່​ດາວ​ໂຫຼດ​ຈາກ​ຫນ້າ​ເວັບ​ນ໤, ສ່ວນ​ໃຫຍ່​ຈະ​ໃຊ້​ຟອນ Saysettha 95New. ຖ້າ​ເຮົາ​ບໍ່​ມີ​ຟອນ​ນ໤, ມີ​ແຕ່​ຟອນ Saysettha Lao, ຕົວ​ຫນັງ​ສື​ລາວ​ທີ່​ເຫັນ ຈະ​ມີ​ຂີດ​ຂັ້ນ​ແຕ່​ລະ​ພະ​ຍາງ. ບົດ​ຂຽນ​ນີ້, ຈະ​ສະ​ເຫນີ​ວີ​ທີ​ປ່ຽນ​ໃຫ້​ມາ​ເປັນ​ຟອນ Saysettha Lao ໂດຍ​ບໍ່​ໃຫ້​ຕົວ​ຫນັງ​ສື​ແຕກ​ຊະ​ຊາຍ ແລະ​ບໍ່​ໃຫ້​ເລກ​ລົບ​ຫາຍ​ໄປ.

95newtolao.zip (23 KB)

ການ​ປ່ຽນ​ຟອນ​ລາວ​ທີ່​ລົງ​ທ້າຍ​ດ້ວຍ Lao ໃຫ້​ເປັນ​ຟອນ​ທີ່​ລົງ​ທ້າຍ​ດ້ວຍ Lao95New - ນະ​ຣິນ-ສັກ​ກຣາຊ

ບາງ​ກໍ​ລະ​ນີ, ເຮົາ​ອາດ​ມີ​ຄວາມ​ຈໍາ​ເປັນ​ຕ້ອງ​ປ່ຽນ​ເອ​ກະ​ສານ​ທີ່​ສ້າງ​ຂື້ນ​ໂດຍ​ໃຊ້​ຟອນ Saysettha Lao ໃຫ້​ເປັນ​ຟອນ​ອື່ນໆ​ເຊັ່ນ Saysettha 95New. ການ​ປ່ຽນ​ຟອນ​ແບບ​ປົກ​ກະ​ຕິ ຈະ​ເຮັດ​ໃຫ້​ຕົວ​ຫນັງ​ສື​ຄາດ​ເຄື່ອນ​ໄປ​ຈາກ​ເດີມ ຊຶ່ງ​ຈະ​ສ້າງ​ຄວາມ​ຫຍຸ້ງ​ຍາກ ແລະ​ເສຍ​ເວ​ລາ​ໃນ​ການ​ແປງ​ຕື່ມ​ອີກ.

 

laoto95new.zip (24 KB)

ການປ່ຽນເອກະສານພາສາລາວ ໃຫ້ເປັນຮູບແບບກຣາຟິກ ເພື່ອສົ່ງແນບກັບ e-mail - ນະຣິນ-ສັກ​ກຣາຊ

ເຮົາຕ້ອງການພິມຈົດຫມາຍເປັນພາສາລາວ ເພື່ອສົ່ງແນບໄປກັບ e-mail ແລະຕ້ອງການໃຫ້ຜູ້ຮັບ ສາມາດອ່ານໄດ້ເລີຍ ໂດຍບໍ່​ຈຳເປັນວ່າ ຄອມພິວເຕີທີ່ໃຊ້ຮັບ ຈະມີຟອນພາສາລາວຫຼືບໍ່.

laoingraph.zip (24 KB)

ການ​ດູ​ແລ​ຫມໍ່້​ເກັບ​ໄຟ - ນະ​ຣິນ-ສັກ​ກຣາຊ

ຫມໍ້​ເກັບ​ໄຟ ທີ່​ທ່ານ​ຊື້​ມາ​ໃຊ້​ບໍ່​ພໍ​ປີ ເກີດ​ມີ​ບັນ​ຫາ ເພາະ​ບໍ່​ສາ​ມາດ​ເກັບ​ໄຟ​ໄດ້​ອີກ. ບົດ​ຂຽນ​ນີ້, ຈະ​ຊ່ອຍ​ປ້ອງ​ກັນ​ບໍ່​ໃຫ້​ກໍ​ລະ​ນີ​ດັ່ງ​ກ່າວ​ເກີດ​ກັບ​ຫມໍ້​ເກັບ​ໄຟ​ຂອງ​ທ່ານ ຫຼື​ເຮັດ​ໃຫ້​ຫມໍ້​ເກັບ​ໄຟ​ຂອງ​ທ່ານ​ສາ​ມາດ​ໃຊ້​ງານ​ໄດ້​ດົນ, ກຸ້ມ​ຄ່າ​ເງິນ​ທີ່​ຊື້.

 

ການ​ບັນ​ທຶກ​ຄ່າ​ຂອງ BIOS ໄວ້ - ນະ​ຣິນ-ສັກ​ກຣາຊ

ໃນ​ກໍ​ລະ​ນີ​ທີ່​ຖ່ານ​ຊຶ່ງ​ປ້ອນ​ໄຟ​ໃຫ້ ROM ທີ່​ໃຊ້​ເພື່ອ​ເກັບ​ຮັກ​ສາ​ຄ່າ​ຕິດ​ຕັ້ງ​ຕ່າງໆ​ຫມົດ​ໄຟ, ຂໍ້​ມູນ​ກ່ຽວ​ກັບ​ຄ່າ​ຕິດ​ຕັ້ງ​ຕ່າງໆ​ໃນ BIOS ຈະ​ຫາຍ​ໄປ ແລະ​ເຄື່ອງ​ຂອງ​ທ່ານ ຈະ​ມີ​ບັນ​ຫາ​ໃນ​ການ​ເຂົ້າ​ສູ່ Hard disk ແລະ​ຈະ Boot ບໍ່​ໄດ້. ຖ້າ​ທ່ານ​ບໍ່​ຮູ້​ເລື່ອງ, ທ່ານ​ອາດ​ເສຍ​ເງິນ​ໃນ​ການ​ນໍາ​ເອົາ​ໄປ​ແປງ; ຖ້າ​ທ່ານ​ບັນ​ທຶກ​ຄ່າ​ຂອງ BIOS ໄວ້, ທ່ານ​ຈະ​ເສຍ​ເງິນ​ພຽງ​ແຕ່​ຊື້​ຖ່ານ​ໃຫມ່ ແລະ​ສາ​ມາດ​ຕັ້ງ​ຄ່າ​ໄດ້​ເອງ.

 

ການ​ຈອງ Free E-mail - ນະ​ຣິນ-ສັກ​ກ​ຣາຊ

ພວກ​ເຮົາ​ອາດ​ມີ​ຄວາມ​ຕ້ອງ​ການ​ຢາກ​ໄດ້​ທີ່​ຢູ່ ອີເມ ເພື່ອ​ໄວ້​ໃຊ້​ຕິດ​ຕໍ່​ກັບ​ຄົນ​ອື່ນໆ. ບົດ​ຂຽນ​ນີ້, ຈະ​ແນະ​ນໍາ​ວິ​ທີ​ໃນ​ການ​ຈອງ Free E-mail ກັບ Hotmail.

 

ການ​ໃຊ້​ໂປຣ​ແກຣມ​ຄວບ​ຄຸມ​ແປ້ນ​ພິມ Lao Script for Windows 5.x - ນະ​ຣິນ-ສັກ​ກຣາຊ

ທ່ານ​ທີ່​ເຄີຍ​ໃຊ້ Lao Script for Windows 3.2, ອາດ​ບໍ່​ຄຸ້ນ​ເຄີຍ​ກັບ ລຸ້ນ 5.x ແລະ​ຄຸນ​ສົມ​ບັດ​ເພີ່ມ​ຂອງ​ລຸ້ນ​ນີ້.

 

ການ​ແກ້ Bugs ຂອງ Office 97 - ນະ​ຣິນ-ສັກ​ກຣາຊ

ຖ້າ​ທ່ານ​ຍັງ​ໃຊ້ Office 97 ຢູ່, ທ່ານ​ອາດ​ເຄີຍ​ພົບ​ບັນ​ຫາ​ທີ່​ເຄື່ອງ​ຄ້າງ​ໃນ​ເວ​ລາ​ທີ່​ໃຊ້ Word ຫຼື ຮູບທີ່​ສ້າງ​ໄວ້​ກ່ອນ​ຫນ້າ​ນີ້ ປາ​ກົດ​ເປັນ​ຮູບ​ຕີນ​ກາ​ສີ​ແດງ...

 

ການ​ຕັ້ງ Lao Script for Windows 3.2 ໃຫ້​ໃຊ້​ກັບ​ຟອນ​ລາວ​ທີ່​ລົງ​ທ້າຍ​ດ້ວຍ 95 - ນະ​ຣິນ-ສັກ​ກຣາຊ

ສໍາ​ລັບ​ຜູ້​ທີ່​ໃຊ້ Lao Script for Windows 3.2, ອາດ​ມີ​ຄວາມ​ຕ້ອງ​ການ​ໃຊ້​ຟອນ Saysettha 95 ທີ່​ມີ​ຄວາມ​ສາ​ມາດ​ໃນ​ການ​ແຍກ​ຄໍາ.

 

laokeyman.zip (20 KB)

ໄຟລ໌​ເຫຼົ່າ​ນີ້ ໄດ້​ໃຊ້​ຟອນ Saysettha 95New ຫຼື Saysettha Times ຊຶ່ງ​ຟອນ​ແຕ່​ລະ​ຊຸດ ປະ​ກອບ​ມີ​ຕົວ​ຫນັງ​ສື​ທຳ​ມະ​ດາ, ຫນາ, ອຽງ ແລະ​ອຽງ​ຫນາ (ລວມ 8 ໄຟລ໌).,

fonts.zip (300 KB)

ກັບ​ຄືນ​ຕອນ​ຕົ້ນ​ຂອງ​ຫນ້າ