ໃບລາຍເກີດ/ຫນັງສືການເກີດ
| ກັບຄືນໄປເວັບຫນ້າທຳອິດ | ກັບຄືນໄປຫນ້າ "ສິ່ງທີ່ຫນ້າສົນໃຈຕ່າງໆ" |  ກັບຄືນໄປຫນ້າ "ຮ່າງເອກະສານຕ່າງໆ" |


ເມື່ອ​ທ່ານ​ດາວ​ໂຫຼດ ໃບ​ລາຍ​ເກີດ/​ຫນັງ​ສື​ການ​ເກີດ ລົງ​ໄປ​ໄວ້​ໃນ​ເຄື່ອງ​ຂອງ​ທ່ານ, ທ່ານ​ຈະ​ໄດ້​ໄຟລ໌ ທີ່​ມີ​ຊື່​ວ່າ birthcert.zip (7 Kb). ເມື່ອ​ຄາຍ​ໄຟລ໌​ດັ່ງ​ກ່າວ, ທ່ານ​ຈະ​ໄດ້​ໄຟລ໌ BCert.doc (39 Kb). ຖ້າ​ທ່ານ ຄລິກ​ໄຟລ໌​ນີ້ ສອງ​ຄັ້ງ​ໄວໆ (ຫຼື​ໃຊ້ Winword ເປີດ​ໄຟລ໌​ນີ້) ທ່ານ​ຈະ​ໄດ້​ຮູບ​ຄ້າຍ​ດັ່ງ​ຮູບ​ຂ້າງ​ລຸ່ມ​ນີ້:

ຮ່າງ​ຫນັງ​ສື​ການ​ ເກີດ ຫນ້າ 1



ຮ່າງ​ຫນັງ​ສື​ການ​ເກີດ ຫນ້າ 2

ບ່ອນ​ຂໍ້​ຄວາມ ທີ່​ເປັນ​ຕົວ​ຫນັງ​ສື​ສີ​ແດງ, ໃຫ້​ທ່ານ​ພິມ​ຂໍ້​ຄວາມ​ຂອງ​ທ່ານ​ທັບ​ໃສ່ (ໃນ WindWord, ກ່ອນ​ພິມ​ທັບ, ໃຫ້​ກົດ​ແປ້ນ​ພິມ Insert). ຖ້າ​ເປັນ​ຕົວ​ຫນັງ​ສື​ສີ​ແດງ, ກໍ່​ຢ່າ​ຟ້າວ​ໄປ​ສົນ​ໃຈ​ມັນ: ເມື່ອ​ຕື່ມ​ຂໍ້​ຄວາມ​ທີ່​ຕ້ອງ​ການ​ຈົນ​ສຳ​ເລັດ​ແລ້ວ, ໃຫ້​ກົດ Ctrl + a ເພື່ອ​ເລືອກ​ເອົາ​ຂໍ້​ຄວາມ​ທັງ​ຫມົດ, ແລ້ວ​ໄປ​ປ່ຽນ​ສີ​ຂອງ​ຂໍ້​ຄວາມ​ທັງ​ຫມົດ​ໃຫ້​ເປັນ​ສີ​ດຳ. 
ຂໍ້ສັງເກດ:                                                
  1. ໃນ​ການ​ພິມ​ວັນ​ເດືອນ​ປີ​ເກີດ ແລະ​ອາ​ຍຸ: ໃຫ້​ພິມ​ເປັນ​ຂໍ້​ຄວາມ, ຢ່າ​ພິມ​ເປັນ​ຕົວ​ເລກ​ເປັນ​ອັນ​ຂາດ,
  2. ການ​ຂຽນ​ຊື່ ແລະ​ນາມ​ສະ​ກຸນ ທີ່​ເປັນ​ພາ​ສາ​ອັງ​ກິດ, ໃຫ້​ໃຊ້​ພາ​ສາ​ຝຣັ່ງ​ເປັນ​ຫຼັກ​ໃນ​ການ​ຂຽນ (ລາວ​ເປັນ​ປະ​ເທດ​ທີ່​ໃຊ້​ພາ​ສາ​ຝຣັ່ງ​ເປັນ​ພາ​ສາ​ທີ​ສອງ ຮອງ​ຈາກ​ພາ​ສາ​ລາວ, ບໍ່​ແມ່ນ​ພາ​ສາ​ອັງ​ກິດ; ຕົວ​ຢ່າງ​ຊື່ ບຸນ​ມີ, ຖ້າ​ຂຽນ​ເປັນ Boonmee; ຄົນ​ທີ່​ພໍ​ຮູ້​ເລື່ອງ​ແດ່, ຖ້າ​ໃຫ້​ເບີ່ງ​ແຕ່​ຊື່, ອາດ​ເຂົ້າ​ໃຈ​ວ່າ  ທ່ານ Boonmee ນີ້, ເດັດ​ຂາດ​ຕ້ອງ​ບໍ່​ແມ່ນ​ຄົນ​ລາວ; ຄົນ​ລາວ ຈະ​ບໍ່​ຂຽນ​ຊື່​ຕົນ​ເອງ​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ແບບ​ນີ້. ຖ້າ​ຕ້ອງ​ການ​ຢາກ​ແຫກ​ກົດ, ໂດຍ​ບໍ່​ຄຳ​ນຶງ​ຕໍ່​ສິ່ງ​ດັ່ງ​ກ່າວ ກໍ່​ເປັນ​ສິດ​ທິ​ທີ່​ສາ​ມາດ​ກະ​ທຳ​ໄດ້: ທ່ານ​ຂຽນ​ຊື່​ທ່ານ​ເປັນ Boonmee ແຕ່​ຄົນ​ລາວ​ອື່ນໆ ຈະ​ເອີ້ນ​ຊື່​ທ່ານ​ດ້ວຍ​ການ​ຂຽນ​ເປັນ Bounmy).
  3. ຜູ້​ທີ່​ເປັນ​ພະ​ຍານ, ຕ້ອງ​ມີ​ອາ​ຍຸ​ແກ່​ກ່ວາ​ເຈົ້າ​ຂອງ​ໃບ​ລາຍ​ເກິດ 18 ປີ​ຂື້ນ​ໄປ,
  4. ເວ​ລາ​ສັ່ງ​ພິມ, ຄວນ​ໃຊ້​ເຈ້ຍ A4 ແລະ​ພິມ​ທັງ​ສອງ​ດ້ານ; ຢ່າ​ໃຫ້​ຂໍ້​ຄວາມ​ຕອນ​ທ້າຍ​ຂອງ​ຫນ້າ​ທີ 1 ເຄື່ອນ​ໄປ​ຕອນ​ຕົ້ນ​ຂອງ​ຫນ້າ​ທີ 2 ຫຼື​ຂໍ້​ຄວາມ​ໃນ​ຕອນ​ຕົ້ນ​ຂອງ​ຫນ້າ​ທີ 2 ເຄື່ອນ​ມາ​ຕອນ​ທ້າຍ​ຂອງ​ຫນ້າ​ທີ 1 ເປັນ​ອັນ​ຂາດ.
  5. ເວ​ລາ​ເອົາ​ໄປ​ເຊັນ​ນຳ​ພໍ່​ບ້ານ ແລະ​ເຈົ້າ​ເມືອງ, ແຕ່​ລະ​ບ່ອນ​ຈະ​ເກັບ​ໄວ້ 1 ສະ​ບັບ; ດັ່ງ​ນັ້ນ, ຄວນ​ເອົາ​ໄປ​ເຊັນ​ຈັກ 12 ສະ​ບັບ ເພື່ອ​ໄວ້ ກໍ​ລະ​ນີ​ມີ​ວຽກ​ໃຊ້​ໃນ​ອະ​ນາ​ຄົດ.
  6. ບໍ່​ຈຳ​ເປັນ​ທີ່​ຈະ​ຕ້ອງ​ໄປ​ເຊັນ​ຢູ່​ສະ​ຖານ​ທີ່ໆ​ເກີດ: ເຈົ້າ​ຂອງ​ໃບ​ລາຍ​ເກີດ​ມີ​ສຳ​ມະ​ໂນ​ຄົວ​ຢູ່​ບ້ານ​ໃດ, ເມືອງ​ໃດ ກໍ່​ສາ​ມາດ​ເອົາ​ໄປ​ເຊັນ​ຢູ່​ບ້ານ​ນັ້ນ-ເມືອງ​ນັ້ນ​ໄດ້. ສ່ວນ​ພະ​ຍານ, ທາງ​ທີ່​ດີ ໃຫ້​ເປັນ​ຄົນ​ໃນ​ບ້ານ​ນັ້ນໆ ແລະ​ເປັນ​ທີ່​ຮູ້​ຈັກ​ຂອງ​ພໍ່​ບ້ານ​ຍິ່ງ​ເປັນ​ການ​ດີ ເພາະ​ບໍ່​ຈຳ​ເປັນ​ໄປ​ເຊັນ​ຊ້ອງ​ຫນ້າ​ພໍ່​ບ້ານ.
  7. ການ​ເອົາ​ໄປ​ເຊັນ​ທີ່​ເມືອງ, ບໍ່​ຈຳ​ເປັນ​ເອົາ​ພະ​ຍານ​ໄປ​ພ້ອມ: ຖ້າ​ຜ່ານ​ພໍ່​ບ້ານ​ມາ​ໄດ້, ເຈົ້າ​ເມືອງ​ກໍ່​ຈະ​ເຊັນ​ໃຫ້​ໂດຍ​ບໍ່​ມີ​ບັນ​ຫາ (ໃຫ້​ໄປ​ຍື່ນ​ກັບ​ເລ​ຂາເຈົ້າ​ເມືອງ; ຖ້າ​ເຈົ້າ​ເມືອງ​ບໍ່​ມີ​ກິດ​ທຸ​ລະ​ເດີນ​ທາງ​ໄປ​ບ່ອນ​ອື່ນ, ເພີ່ນ​ຈະ​ເຊັນ​ໃຫ້ ພາຍ​ໃນ 1-3 ວັນ).
  8. ຢ່າ​ເອົາ​ຮ່າງ​ໃບ​ລາຍ​ເກີດ (ຫຼື​ເອ​ກະ​ສານ​ອື່ນໆ) ທີ່​ເປັນ​ພາ​ສາ​ຕ່າງ​ປະ​ເທດ​ລ້ວນໆ ໄປ​ເຊັນ​ນຳ​ເຈົ້າ​ເມືອງ: ເຖີງ​ຜ່ານ​ພໍ່​ບ້ານ​ມາ​ໄດ້, ເຈົ້າ​ເມືອງ​ຈະ​ບໍ່​ຍອມ​ເຊັນ​ໃຫ້ ເພາະ​ເພີ່ນ​ຈະ​ຖື​ວ່າ​ບໍ່​ແມ່ນ​ເອ​ກະ​ສານ​ທາງ​ການ​ຂອງ​ລາວ ເພາະ​ບໍ່​ໄດ້​ຄວບ​ພາ​ສາ​ລາວ​ມາ​ພ້ອມ ແລະ​ບໍ່​ມີໜ້າ​ທີ່ໆ​ຈະຕ້ອງ​ເຊັນ​.

ດາວໂຫຼດເອົາໃບລາຍເກີດ/ຫນັງສືການເກີດ

ກັບຄືນໄປຕອນຕົ້ນຂອງຫນ້າ