ສະມາຄົມອະດີດນັກສຶກສາ AIT

| ກັບ​ຄືນ​ເວັບ​ຫນ້າ​ທໍາ​ອິດ | ກັບຄືນຫນ້າ "ສິ່ງທີ່ຫນ້າສົນໃຈ" | ກັບຄືນຫນ້າ "ສະມາຄົມອະດີດນັກສຶກສາ" |

ການ​ແຂ່ງ​ຂັນ​ເຕະ​ບານ​ມິດ​ຕະ​ພາບ​ລະ​ຫວ່າງ​ອະ​ດີດ​ນັກ​ສຶກ​ສາ AIT ແລະ​ທິມ​ສຳ​ນັກ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ໄດ້​ຖືກ​ຈັດ​ຂື້ນ​ໃນ​ຕອນ​ເຊົ້າ​ຂອງ​ວັນ​ເສົາ​ທີ 12 ກໍ​ລະ​ກົດ 2003 ທີ່​ເດີ່ນ​ບານ​ເຕະ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ, ວິ​ທະ​ຍາ​ເຂດ​ດົງ​ໂດກ. ຜົນ​ການ​ເຕະ​ບານ​ຄັ້ງ​ນີ້, ຝ່າຍ​ທິມ​ສຳ​ນັກ​ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ສາ​ມາດ​ເອົາ​ຊະ​ນະ​ທິມ​ອະ​ດີດ​ນັກ​ສຶກ​ສາ AIT 4 ຕໍ່ 3. ພາຍ​ຫຼັງ​ການ​ແຂ່ງ​ຂັນ​ເຕະ​ບານ​ສິ້ນ​ສຸດ​ລົງ, ໄດ້​ມີ​ການ​ຮ່ວມ​ຮັບ​ປະ​ທານ​ອາ​ຫານ​ທ່ຽງ​ຮ່ວມ​ກັນ. ບັນ​ຍາ​ກາດ​ໃນ​ການ​ເຕະ​ບານ-ສັງ​ສັນ​ກັນ​ໃນ​ຄັ້ງ​ນີ້, ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ຮຸບ​ພາບ​ຕ່າງໆ​ໄວ້ ແລະ​ໄດ້​ນຳ​ເອົາ​ມາ​ສະ​ເຫນີ​ຢູ່​ຂ້າງ​ລຸ່ມ​ນີ້​ທັງ​ຫມົດ.